|
Lao People celebrated National Day in Tokyo |
|

ໃນວັນທີ 3 ທັນວາ 2011, ສະຖານທູດລາວ ປະຈຳຍີ່ປຸ່ນ ທີ່ໂຕກຽວ ໄດ້ຮ່ວມກັບ ພີ່ນ້ອງຊາວລາວ ແລະ ນັກສຶກສາລາວ ທີ່ອາໄສຢູ່ຍີ່ປຸ່ນ ຈັດງານສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 36 ປີ.
ພິທີຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານ ສີທົງ ຈິດໂຍທິນ, ເອກອັກຄະລັດຖະທູດ, ທີ່ໄດ້ຂຶ້ນກ່າວປາໃສໂອ້ລົມຕໍ່ຜູ້ເຂົ້າຮ່ວມທັງຫມົດ ປະມານ 200 ກວ່າຄົນ ກ່ຽວກັບ ຄວາມໝາຍຄວາມສຳຄັນຂອງວັນຊາດລາວ 2 ທັນວາ ຕະຫລອດຮອດ ການສ້າງສາພັດທະນາປະເທດຊາດ ໃນຊຸມປີຜ່ານມາ ໂດຍສະເພາະ ແມ່ນໄດ້ເນັ້ນໜັກດ້ານການ ພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວການຕ່າງປະເທດທີ່ພົ້ນເດັ່ນ.
ນອກນັ້ນ, ທ່ານທູດສີທົງ ຍັງໄດ້ກ່າວເຖິງ ການພົວພັນສອງຝ່າຍ ທີ່ແໜ້ນແຟ້ນ ລະຫວ່າງ ລາວ-ຍີ່ປຸ່ນ ແລະ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການປະກອບສ່ວນ ຊ່ວຍເຫຼືອອັນໃຫຍ່ຫລວງຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ແກ່ການພັດທະນາ ເສດຖະກິດ-ສັງຄົມຂອງລາວ ໃຫ້ເຂັ້ມແຂງ ຂຶ້ນໄປເລື້ອຍໆ.
|
|
Read more...
|
|
Lao Ambassador received a courtesy call |
|

H.E.Mr. Ambassador Sithong Chitnhothinh (4th from left) received a courtesy call from the Committee on Greater Mekong Sub-Region, the Japan Chamber of Commerce and Industry, led by Mr. Sumitaka Fujita, former Chairman (3rd from left) and Mr. Kouhei Watanabe, new Chairman of the Committee (2nd from left), on October 11, 2011, at Lao Embassy in Tokyo. |
|
Lao Young Diplomats visit to Japan |
|

ຜູ້ເຂົ້າຮ່ວມທັດສະນະສຶກສາຍີ່ປຸ່ນຄັ້ງນີ້ ປະກອບມີບັນດາພະນັກງານຫນຸ່ມ ອາຍຸລະຫວ່າງ 25-35 ປີ ທີ່ເຮັດວຽກງານພົວພັນກັບຕ່າງປະເທດ ທັງຫມົດ ຈຳນວນ 50 ທ່ານ ຈາກ 5 ປະເທດລຸ່ມແມ່ນ້ຳຂອງ: ລາວ, ຫວຽດນາມ, ມຽນມາ, ກຳປູເຈຍ ແລະ ໄທ. ໂຄງການແລກປ່ຽນດັ່ງກ່າວ ແມ່ນການຈັດຕັ້ງປະຕິບັດຕາມການຕົກລົງຂອງກອງປະຊຸມສຸດຍອດຜູ້ນຳ ຍີ່ປຸ່ນ-ປະເທດລຸ່ມແມ່ນ້ຳຂອງ ຄັ້ງທີ 1 ທີ່ໄດ້ຈັດຂຶ້ນຢູ່ນະຄອນ ຫລວງໂຕກຽວ ໃນປີ 2009.
ໃນການຢ້ຽມຢາມຄັ້ງນີ້, ນອກຈາກໄດ້ໄປຢ້ຽມຢາມຂ່ຳນັບພົບປະເປັນທາງການກັບພາກສ່ວນກ່ຽວຂ້ອງຂອງຝ່າຍຍີ່ປຸ່ນແລ້ວ, ບັນດານັກການທູດຫນຸ່ມຈາກລາວ ຍັງໄດ້ໄປຢ້ຽມຢາມສະຖານທູດລາວປະຈຳໂຕກຽວ ນຳອີກ ໂດຍແມ່ນທ່ານ ສີທົງ ຈິດໂຍທິນ, ເອກອັກຄະລັດທູດລາວປະຈຳຍີ່ປຸ່ນ ແລະ ພະນັກ ງານສະຖານທູດ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະໂອ້ລົມ ເພື່ອແນ່ໃສ່ເຮັດໃຫ້ການເຄື່ອນໄຫວຢ້ຽມຢາມຄັ້ງນີ້ ປະສົບຜົນສຳເລັດ ເປັນຢ່າງດີ.
|
|
Read more...
|
|
|
|
|
<< Start < Prev 1 2 3 4 Next > End >>
|
|
Page 1 of 4 |